Vietnamese crab export
ໝາຍເຫດ: ຂ່າວລ່າສຸດກ່ຽວກັບຈຸດໝາຍ, ປະສົບການ ແລະ ການທ່ອງທ່ຽວໃນ Vietnam ສຳຫຼວດດຽວນີ້ →

ຄຳແນະນຳກ່ຽວກັບການປ້ອງກັນ COVID-19 ສຳລັບຜູ້ເດີນທາງມາຫວຽດນາມ

ຄຳແນະນຳຫຼ້າສຸດຂອງກະຊວງສາທາລະນະສຸກກ່ຽວກັບການປ້ອງກັນ ແລະ ຄວບຄຸມ COVID-19 ໄດ້ອະນຸຍາດໃຫ້ຜູ້ເດີນທາງສາມາດເດີນທາງເຂົ້າຫວຽດນາມໄດ້ໂດຍບໍ່ຕ້ອງແຍກປ່ຽວ (ກັກໂຕ), ແລະ ຍົກເວັ້ນການກວດເຊື້ອເມື່ອມາຮອດສຳລັບເດັກນ້ອຍອາຍຸຕ່ຳກວ່າ 2 ປີ.

ກະຊວງສາທາລະນະສຸກໄດ້ອອກແຈ້ງການ ສະບັບເລກທີ 1265/BYT-DP ກ່ຽວກັບມາດຕະການປ້ອງກັນ ແລະ ຄວບຄຸມ COVID-19 ສຳລັບຜູ້ເດີນທາງມາຫວຽດນາມ. ແຈ້ງການສະບັບໃໝ່ນີ້ໄດ້ຖືກສົ່ງໃຫ້ທຸກກະຊວງ, ພາກສ່ວນ ແລະ ອົງການຈັດຕັ້ງຂອງລັດຖະບານ, ພ້ອມທັງຄະນະກຳມະການປະຊາຊົນຂັ້ນແຂວງທຸກແຫ່ງ.

ຕາມຂໍ້ມູນຈາກກະຊວງສາທາລະນະສຸກ, ເຖິງແມ່ນວ່າຈຳນວນຜູ້ຕິດເຊື້ອ COVID-19 ທີ່ຢືນຢັນໄດ້ໃນແຕ່ລະມື້ຍັງຄົງສູງ ແລະ ມີການກວດພົບສາຍພັນກາຍພັນໃໝ່ຂອງ Omicron ໃນຊຸມຊົນ, ແຕ່ຫວຽດນາມຍັງຄົງຮັກສາອັດຕາການສີດວັກຊີນໃນລະດັບສູງ (ໃນຕົວຈິງ, ຫວຽດນາມ ຈັດຢູ່ໃນກຸ່ມປະເທດທີ່ມີອັດຕາການສີດວັກຊີນສູງທີ່ສຸດ) ແລະ ຈຳນວນຜູ້ປ່ວຍໜັກ ພ້ອມທັງຜູ້ເສຍຊີວິດຈາກ COVID-19 ຍັງຄົງຢູ່ພາຍໃຕ້ການຄວບຄຸມ.

ສອດຄ່ອງກັບມະຕິ ສະບັບເລກທີ 128/NQ-CP ຂອງລັດຖະບານ ກ່ຽວກັບຍຸດທະສາດຊົ່ວຄາວ “ການປັບໂຕຢ່າງປອດໄພ, ຢືດຢຸ່ນ ແລະ ຄວບຄຸມການແຜ່ລະບາດຂອງ COVID-19 ຢ່າງມີປະສິດທິພາບ”, ກະຊວງສາທາລະນະສຸກ (ຄະນະປະຈຳຂອງຄະນະກຳມະການສະເພາະກິດແຫ່ງຊາດ ເພື່ອການປ້ອງກັນ ແລະ ຄວບຄຸມ COVID-19) ໄດ້ອັບເດດຂໍ້ກຳນົດສຳລັບການເດີນທາງລະຫວ່າງປະເທດມາຫວຽດນາມ.

ບົດທີ 01 —

ຂໍ້ກຳນົດສຳລັບຜູ້ເດີນທາງທຸກຄົນທີ່ຈະເຂົ້າຫວຽດນາມ

ຜູ້ເດີນທາງທຸກຄົນທີ່ຂຶ້ນເຄື່ອນບິນມາຫວຽດນາມ ແມ່ນຕ້ອງໄດ້ສະແດງຜົນການກວດເຊື້ອ SARS-CoV-2 ເປັນລົບ (ຍົກເວັ້ນຜູ້ທີ່ມີອາຍຸ 2 ປີ ແລະ ຕ່ຳກວ່າ) ທີ່ໄດ້ຮັບພາຍໃນ 72 ຊົ່ວໂມງກ່ອນການເດີນທາງ ຫາກໃຊ້ການກວດແບບ RT-PCR/RT-LAMP, ຫຼື ພາຍໃນ 24 ຊົ່ວໂມງກ່ອນການເດີນທາງ ຫາກໃຊ້ການກວດແບບ rapid antigen SARS-CoV-2. ຜົນການກວດຕ້ອງໄດ້ຮັບການຢືນຢັນຈາກອົງການທີ່ມີອຳນາດໃນປະເທດທີ່ດຳເນີນການກວດ.

ຜູ້ເດີນທາງທີ່ມາຮອດຫວຽດນາມ ໂດຍຜ່ານຮູບແບບການຂົນສົ່ງອື່ນໆ (ທາງບົກ, ທາງທະເລ ແລະ ທາງລົດໄຟ) ຕ້ອງປະຕິບັດຕາມຂໍ້ກຳນົດດຽວກັນກັບຜູ້ເດີນທາງທາງອາກາດ

ຫາກຜູ້ເດີນທາງບໍ່ມີຫຼັກຖານຜົນການກວດ SARS-CoV-2 ເປັນລົບ, ພວກເຂົາຕ້ອງໄດ້ຮັບການກວດ SARS-CoV-2 (ການກວດແບບ RT-PCR/RT-LAMP ຫຼື ການກວດ rapid antigen SARS-CoV-2) ພາຍໃນ 24 ຊົ່ວໂມງຫຼັງຈາກມາຮອດຫວຽດນາມ.

ຖ້າຜົນການກວດເປັນລົບ, ພວກເຂົາຈະໄດ້ຮັບອະນຸຍາດໃຫ້ອອກຈາກສະຖານທີ່ພັກ ແລະ ພຽງແຕ່ຕ້ອງປະຕິບັດຕາມຄຳແນະນຳການປ້ອງກັນ COVID ທີ່ນຳໃຊ້ຢູ່.

ຖ້າຜົນການກວດເປັນບວກ, ພວກເຂົາຕ້ອງລາຍງານຜົນດັ່ງກ່າວຕໍ່ເຈົ້າໜ້າທີ່ສາທາລະນະສຸກທ້ອງຖິ່ນທັນທີ ເພື່ອຮັບຄຳແນະນຳເພີ່ມເຕີມ.

ບໍ່ຈຳເປັນຕ້ອງກວດ COVID ສຳລັບເດັກນ້ອຍອາຍຸຕ່ຳກວ່າ 2 ປີ. ເດັກນ້ອຍທຸກຄົນທີ່ມີອາຍຸ 2 ປີ ແລະ ຕ່ຳກວ່າ ແມ່ນໄດ້ຮັບອະນຸຍາດໃຫ້ເຂົ້າຫວຽດນາມ ແລະ ເຂົ້າຮ່ວມກິດຈະກຳພາຍນອກກັບພໍ່ແມ່ ແລະ ຍາດຕິພີ່ນ້ອງ ໂດຍບໍ່ຄຳນຶງວ່າພວກເຂົາໄດ້ຮັບວັກຊີນ ຫຼື ຕິດເຊື້ອ COVID-19 ຫຼາຍ່ອນຫຼືບໍ່.

ບົດທີ 02 —

ການແຈ້ງກ່ຽວກັບສຸຂະພາບກ່ອນການເດີນທາງມາຮອດຫວຽດນາມ

ຜູ້ເດີນທາງທຸກຄົນຕ້ອງສົ່ງໃບແຈ້ງສຸຂະພາບກ່ອນທີ່ພວກເຂົາຈະເຂົ້າຫວຽດນາມ ແລະ ໃຊ້ແອັບ PC-COVID ຕະຫຼອດໄລຍະເວລາທີ່ພັກຢູ່.

ຖ້າຜູ້ເດີນທາງມີອາການຂອງ COVID-19 (ໄຂ້; ອາຍ; ເຈັບຄໍ; ຄັດດັງ ຫຼື ນ້ຳມູກໄຫຼ; ເຈັບຕາມຕົນໂຕ, ເມື່ອຍລ້າ, ໜາວສັ້ນ; ການຮັບລົດຊາດຫຼຸດລົງ ຫຼື ສູນເສຍ; ການດົມກິ່ນຫຼຸດລົງ ຫຼື ສູນເສຍ; ເຈັບຫົວ; ຖອກທ້ອງ; ຫາຍໃຈຝືດ; ອັກເສບທາງເດີນຫາຍໃຈ ແລະ ອື່ນໆ) ຢູ່ດ່ານເຂົ້າເມືອງ, ພວກເຂົາຕ້ອງຕິດຕໍ່ເຈົ້າໜ້າທີ່ສາທາລະນະສຸກທັນທີ ເພື່ອຮັບຄຳແນະນຳເພີ່ມເຕີມ.

ບົດທີ 03 —

ການຕິດຕາມຫຼັງການເດີນທາງມາຮອດ ແລະ ການຈັດຕັ້ງປະຕິບັດມາດຕະການປ້ອງກັນ COVID

ຫຼັງຈາກມາຮອດຫວຽດນາມ, ຜູ້ເດີນທາງທຸກຄົນຕ້ອງຕິດຕາມສຸຂະພາບຂອງຕົນເອງເປັນເວລາ 10 ມື້ຕໍ່ມາ. ຖ້າມີອາການໃດໜຶ່ງຂອງ COVID-19 ປະກົດຂຶ້ນ (ໄຂ້; ອາຍ; ເຈັບຄໍ; ຄັດດັງ ຫຼື ນ້ຳມູກໄຫຼ; ເຈັບຕາມຕົນໂຕ, ເມື່ອຍລ້າ, ໜາວສັ້ນ; ການຮັບລົດຊາດຫຼຸດລົງ ຫຼື ສູນເສຍ; ການດົມກິ່ນຫຼຸດລົງ ຫຼື ສູນເສຍ; ເຈັບຫົວ; ຖອກທ້ອງ; ຫາຍໃຈຝືດ; ອັກເສບທາງເດີນຫາຍໃຈ ແລະ ອື່ນໆ), ໃຫ້ຕິດຕໍ່ສະຖານທີ່ສາທາລະນະສຸກທີ່ໃກ້ທີ່ສຸດ ເພື່ອຮັບຄຳແນະນຳເພີ່ມເຕີມ.

ຜູ້ເດີນທາງທຸກຄົນຕ້ອງປະຕິບັດຕາມມາດຕະການປ້ອງກັນ: ໃສ່ຜ້າອັດປາກ-ດັງ ເປັນປະຈຳ ແລະ ລ້າງມືດ້ວຍນ້ຳຢາຂ້າເຊື້ອ.

ຜູ້ເດີນທາງທີ່ບໍ່ມີຜົນການກວດເປັນລົບກ່ອນການເດີນທາງ ຈຳເປັນຕ້ອງຈຳກັດການແວ່ ຫຼື ໂຄດຈອດ ຕາມເສັ້ນທາງແຕ່ດ່ານເຂົ້າເມືອງໄປຫາສະຖານທີ່ພັກຂອງພວກເຂົາ, ແລະ ຮັກສາໄລຍະຫ່າງທີ່ປອດໄພຈາກຜູ້ອື່ນ.

ກະຊວງສາທາລະນະສຸກໄດ້ເນັ້ນຢ້ຳວ່າ ແຈ້ງການສະບັບນີ້ຈະທົດແທນ ແຈ້ງການ ສະບັບເລກທີ 10688/BYT-MT ຂອງກະຊວງສາທາລະນະສຸກ ລົງວັນທີ 16 ທັນວາ 2021 ກ່ຽວກັບມາດຕະການປ້ອງກັນ ແລະ ຄວບຄຸມ COVID-19 ສຳລັບຜູ້ເດີນທາງມາຫວຽດນາມ; ແຈ້ງການ ສະບັບເລກທີ 10943/BYT-MT ຂອງກະຊວງສາທາລະນະສຸກ ລົງວັນທີ 24 ທັນວາ 2021 ກ່ຽວກັບຄຳແນະນຳທາງການແພດສຳລັບຜູ້ເດີນທາງມາຫວຽດນາມໃນການເດີນທາງທຸລະກິດໄລຍະສັ້ນທີ່ໜ້ອຍກວ່າ 14 ມື້; ຂໍ້ຕົກລົງ ສະບັບເລກທີ 2553/QĐ-BYT ຂອງກະຊວງສາທາລະນະສຸກ ລົງວັນທີ 18 ມິຖຸນາ 2020 ກ່ຽວກັບ “ຄຳແນະນຳຊົ່ວຄາວໃນການກວດກາທາງການແພດເພື່ອປ້ອງກັນການຕິດເຊື້ອ COVID-19 ທີ່ກຳນົດສຳລັບພາຫະນະ ແລະ ຜູ້ຂັບຂີ່ ຢູ່ດ່ານເຂົ້າເມືອງທາງບົກ, ທາງລົດໄຟ, ທາງທະເລ ແລະ ທາງອາກາດ”; ແຈ້ງການ ສະບັບເລກທີ 429/BYT-MT ລົງວັນທີ 26 ມັງກອນ 2022 ກ່ຽວກັບມາດຕະການປ້ອງກັນ ແລະ ຄວບຄຸມ COVID-19 ສຳລັບລູກເຮືອການບິນລະຫວ່າງປະເທດ.

ກະຊວງສາທາລະນະສຸກ (ຄະນະປະຈຳຂອງຄະນະກຳມະການສະເພາະກິດແຫ່ງຊາດ ເພື່ອການປ້ອງກັນ ແລະ ຄວບຄຸມ COVID-19) ໄດ້ຮຽກຮ້ອງໃຫ້ ຄະນະກຳມະການປະຊາຊົນຂັ້ນແຂວງ, ບັນດາກະຊວງ ແລະ ອົງການຈັດຕັ້ງ ແນະນຳບັນດາພະແນກ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດແຈ້ງການສະບັບຫຼ້າສຸດນີ້ ເພື່ອເປັນວິທີການຫຼຸດຜ່ອນຄວາມສ່ຽງຂອງການແຜ່ເຊື້ອ.

ສຳລັບລາຍລະອຽດເພີ່ມເຕີມ, ກະລຸນາກວດເບິ່ງ ທີ່ນີ້.