ຄວາມສຸກອັນບໍລິສຸດຂອງການໄດ້ສຳຜັດກັບເມັດຊາຍຢູ່ປາຍຕີນ, แສງແດດອຸ່ນໆເທິງຜິວໜັງ ແລະ ນຳ້ທະເລເຄັມໆໃນເສັ້ນຜົມແມ່ນຢູ່ບໍ່ໄກເລີຍເມື່ອທ່ານຢູ່ຫວຽດນາມ. ມີຊາຍຫາດນັບບໍ່ຖ້ວນໃຫ້ເລືອກ – ບາງບ່ອນກໍມີຊື່ສຽງ, ບາງບ່ອນກໍເຊື່ອງຕົວຢູ່ຢ່າງເລິກລັບ. ເກາະດອນຕ່າງໆຂອງຫວຽດນາມ ເຊັ່ນ: ເກາະ ກອນດາວ (Con Dao) ແລະ ເກາະ ຝູກວກ (Phu Quoc) ມີຊື່ສຽງໂດ່ງດັງໃນເລື່ອງຂອງຜືນນຳ້ທີ່ໜ້າຫຼິ້ນ ແລະ ຫາດຊາຍທີ່ບໍລິສຸດຜຸດຜ່ອງ. ຖ້າທ່ານມັກກິດຈະກຳ ແລະ ຊີວິດຍາມຄຳ່ຄືນທີ່ປະສົມປະສານກັນໃນວັນພັກຜ່ອນແຄມທະເລ, เมืองຊາຍຫາດຢ່າງ ດານັງ (Da Nang) ແລະ ຍາຈາງ (Nha Trang) ກໍພ້ອມຕອບໂຈດນັ້ນໃຫ້ທ່ານ. ຕ້ອງການການພັກຜ່ອນທີ່ຫ່າງໄກຈາກໂລກພາຍນອກບໍ? ເມືອງ ຕຸຍເຍິນ (Quy Nhon) ອັນສະຫງົບງຽບຄືຄວາມລັບທີ່ຖືກຮັກສາໄວ້ເປັນຢ່າງດີ. ຍັງຢາກໄປບ່ອນທີ່ຫ່າງໄກກວ່ານັ້ນບໍ? ມຸ່ງໜ້າສູ່ ໝູ່ເກາະຈາມ (Cham Islands) ຫຼື ຕຳກີ (Tam Ky) ທີ່ຕັ້ງຢູ່ພາກກາງຂອງຫວຽດນາມ. ເບິ່ງເລື່ອງລາວຂອງພວກເຮົາດ້ານລຸ່ມນີ້ສຳລັບແຮງບັນດານໃຈກ່ຽວກັບຊາຍຫາດເພີ່ມເຕີມ.