Vietnamese crab export
ໝາຍເຫດ: ຂ່າວລ່າສຸດກ່ຽວກັບຈຸດໝາຍ, ປະສົບການ ແລະ ການທ່ອງທ່ຽວໃນ Vietnam ສຳຫຼວດດຽວນີ້ →

ພາບພື້ນຫຼັງມືຖືຫວຽດນາມ

ວໍເປເປີ Con Dao ການທ່ອງທ່ຽວຫວຽດນາມ

ບົດທີ 01 —

ບໍ່ມີເວລາໃດທີ່ດີໄປກວ່າຕອນນີ້ໃນການມາຢ້ຽມຢາມຫວຽດນາມ! ເພື່ອສ້າງແຮງບັນດານໃຈໃນການທ່ອງທ່ຽວຫວຽດນາມຂອງທ່ານ, ນີ້ແມ່ນ 18 ວໍເປເປີມືຖືຈາກບາງຈຸດໝາຍປາຍທາງຊັ້ນນຳຂອງປະເທດ. ສາມາດດາວໂຫຼດຮູບເຫຼົ່ານີ້ລົງໃນໂທລະສັບມືຖືຂອງທ່ານໄດ້ຟຣີ, ແລະ ແບ່ງປັນໃຫ້ກັບໝູ່ເພື່ອນຂອງທ່ານ. ຂໍໃຫ້ທ່ອງທ່ຽວຢ່າງມີຄວາມສຸກ!

ການຍ່າງເລາະໄລຍະສັ້ນໆ ຈະພາທ່ານລົງໄປຫາຊາຍຮາດຢູ່ Con Dao. ຮູບພາບໂດຍ Christian Berg. 
ດາວໂຫຼດຂະໜາດເຕັມໄດ້ທີ່ນີ້. 

ມັນແມ່ນມື້ຕະຫຼາດໃນເມືອງພູເຂົາ Da Lat. ຮູບພາບໂດຍ Lee Starnes. 
ດາວໂຫຼດຂະໜາດເຕັມໄດ້ທີ່ນີ້.

ທ່າເຮືອປະມົງຂອງ Da Nang ເຕັມໄປດ້ວຍສີສັນຫຼາກຫຼາຍອັນສົດໃສ. ຮູບພາບໂດຍ Aaron Joel Santos. 
ດາວໂຫຼດຂະໜາດເຕັມໄດ້ທີ່ນີ້.

ເສັ້ນທາງຜ່ານພູຂອງ Ha Giang ແມ່ນຄວາມຝັນຂອງນັກຂີ່ລົດຈັກ. ຮູບພາບໂດຍ Jason Zullo. 
ດາວໂຫຼດຂະໜາດເຕັມໄດ້ທີ່ນີ້. 

ຫໍຄອຍເຕົ່າຂອງ Ha Noi ແມ່ນເກົ່າແກ່ຫຼາຍ, ແຕ່ບໍ່ເຄີຍເກົ່າເລີຍ. ຮູບພາບໂດຍ Aaron Joel Santos. 
ດາວໂຫຼດຂະໜາດເຕັມໄດ້ທີ່ນີ້. 

ຕາເວັນຕົກດິນຂອງ Ha Long Bay ແມ່ນງາມຄືກັບຄວາມຝັນ. ຮູບພາບໂດຍ Christian Berg. 
ດາວໂຫຼດຂະໜາດເຕັມໄດ້ທີ່ນີ້. 

ດາດຟ້າທີ່ Anan Saigon ໃນ Ho Chi Minh City ແມ່ນດີເລີດທີ່ສຸດ. ຮູບພາບໂດຍ Aaron Joel Santos.
ດາວໂຫຼດຂະໜາດເຕັມໄດ້ທີ່ນີ້.  

ສີສັນເຂັ້ມຂຸ້ນແມ່ນສິ່ງທີ່ມີທຸກໆມື້ໃນ Hoi An ອັນມີສະເໜ່. ຮູບພາບໂດຍ Christian Berg.
ດາວໂຫຼດຂະໜາດເຕັມໄດ້ທີ່ນີ້. 

ພະລາຊະວັງ Hue ແມ່ນເຕັມໄປດ້ວຍວຽກໄມ້ແກະສະຫຼັກອັນລະອຽດປະນີດ. ຮູບພາບໂດຍ Aaron Joel Santos.
ດາວໂຫຼດຂະໜາດເຕັມໄດ້ທີ່ນີ້. 

ທົ່ງນາຂຽວສົດຂອງ Mai Chau ແມ່ນມີຄວາມສວຍງາມຕະຫຼອດປີ. ຮູບພາບໂດຍ Christian Berg.
ດາວໂຫຼດຂະໜາດເຕັມໄດ້ທີ່ນີ້. 

ມີຫຼາຍວິທີຫຼາຍກວ່າທີ່ເຄີຍໃນການທ່ຽວຊົມ Mekong Delta -- ລອງຂີ່ເຮືອສຳລານສຸດຫຼູຫຼາໃນປີ 2019. ຮູບພາບໂດຍ Aaron Joel Santos.
ດາວໂຫຼດຂະໜາດເຕັມໄດ້ທີ່ນີ້.

Mui Ne ດຶງດູດນັກທ່ອງທ່ຽວດ້ວຍດອນທາຍ ແລະ ໂຮງຮຽນສອນຫຼິ້ນວິນເຊີຟ. ຮູບພາບໂດຍ Lee Starnes.
ດາວໂຫຼດຂະໜາດເຕັມໄດ້ທີ່ນີ້. 

Nha Trang ມີຫາາດຊາຍ ແລະ ຊີວິດຍາມຄ່ຳຄືນທີ່ດຶງດູດໃຈຫຼາຍທີ່ສຸດໃນຫວຽດນາມ. ຮູບພາບໂດຍ Christian Berg.
ດາວໂຫຼດຂະໜາດເຕັມໄດ້ທີ່ນີ້. 

ທິວທັດສາຍນ້ຳຂອງ Ninh Binh ແມ່ນສວຍງາມເໜືອຈິນຕະນາການຢ່າງແທ້ຈິງ. ຮູບພາບໂດຍ Christian Berg.
ດາວໂຫຼດຂະໜາດເຕັມໄດ້ທີ່ນີ້. 

ອຸທິຍານແຫ່ງຊາດ Phong Nha-Ke Bang ກຳລັງລໍຖ້ານັກທ່ອງທ່ຽວສາຍຜະຈົນໄພໃນປີ 2019. ຮູບພາບໂດຍ Christian Berg.
ດາວໂຫຼດຂະໜາດເຕັມໄດ້ທີ່ນີ້.

ກຽມພ້ອມທີ່ຈະຍ່າງຢຽບຊາຍເມັດລະອຽດເທິງຫາາດຊາຍອັນງົດງາມຂອງ Phu Quoc. ຮູບພາບໂດຍ Christian Berg.
ດາວໂຫຼດຂະໜາດເຕັມໄດ້ທີ່ນີ້.

Sa Pa ມີທຸກອົງປະກອບຂອງຈຸດໝາຍປາຍທາງວັນພັກທີ່ຈະບໍ່ມີວັນລືມ. ຮູບພາບໂດຍ Aaron Joel Santos.
ດາວໂຫຼດຂະໜາດເຕັມໄດ້ທີ່ນີ້. 

ບັນຍາກາດຊາຍຝັ່ງທະເລຂອງ Vung Tau ນຳພາຄວາມສົດຊື່ນມາໃຫ້. ຮູບພາບໂດຍ Christian Berg.
ດາວໂຫຼດຂະໜາດເຕັມໄດ້ທີ່ນີ້.

ມີເລື່ອງລາວໃດໆ ກ່ຽວກັບຫວຽດນາມ ທີ່ຢາກແບ່ງປັນບໍ? ແທັກ #VietnamNOW ຫຼື #MyVietnam ເທິງ Facebook ຫຼື Instagram ເພື່ອໃຫ້ພວກເຮົາເຫັນຊ່ວງເວລາການທ່ອງທ່ຽວຫວຽດນາມ ທີ່ດີທີ່ສຸດຂອງທ່ານ.