ໃນວັນທີ 30 ເມສາ ຂອງທຸກໆປີ, ທຸງຊາດຈະຖືກປະດັບປະດາຂຶ້ນທົ່ວປະເທດ ເພື່ອຮໍາລຶກເຖິງການໂຮມປະເທດຊາດເປັນເອກະພາບຂອງຫວຽດນາມ ໃນຕອນທ້າຍຂອງສົງຄາມອາເມລິກາ. ວັນໂຮມຊາດ ຫຼື ເອີ້ນອີກຢ່າງໜຶ່ງວ່າ ວັນປົດປ່ອຍ ແມ່ນມີການສະຫຼອງດ້ວຍຂະບວນສວນສະໜາມທາງການທະຫານຢູ່ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ. ໂອກາດທາງປະຫວັດສາດນີ້ໄດ້ສ້າງບັນຍາກາດແຫ່ງຄວາມພາກພູມໃຈໄປທົ່ວປະເທດ ເພາະທັງຕົວເມືອງ ແລະ ໝູ່ບ້ານຕ່າງໆ ຕ່າງກໍຖືກປະດັບປະດາຢ່າງງົດງາມດ້ວຍທຸງຊາດ. ປະຊາຊົນທ້ອງຖິ່ນຫຼາຍຄົນໄດ້ຖືໂອກາດໃນຊ່ວງວັນພັກນີ້ໄປຢ້ຽມຢາມຄອບຄົວ ແລະ ຍາດພີ່ນ້ອງຢູ່ບ້ານເກີດ, ໂຮງແຮມ ແລະ ຮ້ານອາຫານຕ່າງໆ ໄດ້ຈັດງານລ້ຽງຕ້ອນຮັບແຂກ, ແລະ ເຫຼົ່ານັກຮົບເກົ່າກໍໄດ້ຮັບການຍົກຍ້ອງສໍລະເສີນສຳລັບການເສຍສະຫຼະຂອງເຂົາເຈົ້າຈາກຄອບຄົວ ແລະ ໝູ່ເພື່ອນ.







