
ດານັງ, ຫວຽດນາມ (25 ເມສາ 2019) -- ກິດຈະກຳທີ່ເຕັມໄປດ້ວຍຄວາມມ່ວນຊື່ນ, ບຸຟເຟ້ ບາບີຄິວ ທີ່ໜ້າດຶງດູດ, ແລະ ການສະແດງຄອນເສີດສຸດພິເສດ ເຮັດໃຫ້ Sun World Danang Wonders ກາຍເປັນຈຸດສູນຮວມອັນຕື່ນເຕັ້ນຂອງງານສະເຫຼີມສະຫຼອງຢູ່ ດານັງ ໃນຊ່ວງ ວັນພັກຊາດຂອງຫວຽດນາມ.
ແຕ່ມື້ທີ 27 ເມສາ ຫາ 4 ພຶດສະພາ 2019, ນັກທ່ອງທ່ຽວໄດ້ຮັບການເຊື້ອເຊີນໃຫ້ມາເພີດເພີນກັບຄວາມບັນເທິງຮູບແບບໃໝ່ ເນື່ອງໃນໂອກາດວັນພັກສຸດສັບປະດາວັນປົດປ່ອຍຊາດ. ຈະມີການສະແດງຕ່າງໆ ເຊັ່ນ: ການເຕັ້ນທີ່ໄດ້ຮັບແຮງບັນດານໃຈຈາກຍີ່ປຸ່ນ, ນັກເຕັ້ນຊາມູໄຣທີ່ປະສົມປະສານ ສິລະປະການຕໍ່ສູ້ ແລະ ການເຕັ້ນຮວມສະໄໝ, ລວມທັງການເຕັ້ນທາງວັດທະນະທຳ Geisha ແລະ Yosakoi.
ໄຮໄລ້ຂອງວັນພັກສຸດສັບປະດານີ້ຈະ ແມ່ນຄອນເສີດຈາກນັກຮ້ອງປັອບສະຕາຫວຽດນາມ Dam Vinh Hung ໃນຕອນແລງຂອງມື້ທີ 28 ເມສາ ຢູ່ເວທີ Sun Wheel. ນອກຈາກນີ້, ນັກທ່ອງທ່ຽວຍັງສາມາດລໍຖ້າຊົມ ການສະແດງອື່ນໆທີ່ຕື່ນເຕັ້ນ ເຊັ່ນ: ກາຍະກຳ, ການເຕັ້ນຄ້ອນໄຟ ແລະ ການສະແດງຈາກດາລາຫວຽດນາມ ເຊັ່ນ Bach Cong Khanh, Thu Hang, Dao Ngoc Sang, ແລະ Tung Anh.
ນັກທ່ອງທ່ຽວມີຕົວເລືອກທີ່ຈະເພີດເພີນກັບແພັກເກັດບຸຟເຟ້ BBQ ໃນລາຄາ 199,000 ດົງຕໍ່ຄົນ, ໂດຍມີ ອາຫານທະເລ ແລະ ເນື້ອສົດໆຈາກເຕົາຢ້າງໃຫ້ເລືອກຢ່າງຫຼາກຫຼາຍ. ແພັກເກັດບຸຟເຟ້ລວມມີຄ່າເຂົ້າຊົມການສະແດງຕ່າງໆ ຢູ່ Sun World Danang Wonders ຟຣີໃນຊ່ວງອາທິດວັນພັກ.
ນັກທ່ອງທ່ຽວສາມາດເຂົ້າຮ່ວມງານສະເຫຼີມສະຫຼອງໄດ້ ໂດຍມີລາຄາປີ້ເຂົ້າຊົມ 150,000 ດົງ ສຳລັບຄົນຫວຽດນາມ ແລະ 300,000 ດົງ ສຳລັບນັກທ່ອງທ່ຽວຕ່າງປະເທດ.
ເຂົ້າຊົມເວັບໄຊທ໌ Sun World Danang Wonders ສຳລັບລາຍລະອຽດເພີ່ມເຕີມ.