
ຮ່າໂນ້ຍ, ຫວຽດນາມ (7 ທັນວາ 2020) -- ແບຣນບໍລິການໂຮງແຮມລະດັບຫຼູຫຼາ The Regent ໄດ້ປະກາດເປີດໂຄງການ ແລະ ທີ່ພັກອາໄສແຫ່ງໃໝ່ລ່າສຸດ ຢູ່ເກາະ Phu Quoc ໃນເຄິ່ງທຳອິດຂອງປີ 2021.
The Regent Residences Phu Quoc ຈະຕັ້ງຢູ່ Long Beach, ຫ່າງຈາກສະໜາມບິນສາກົນ Phu Quoc 15 ນາທີ. ຣີສອດຈະມີຫ້ອງຊຸດ ແລະ ວິລ່າອັນຫຼູຫຼາ ພ້ອມສະລອຍນ້ຳສ່ວນຕົວ, ທັດສະນີຍະພາບອັນງົດງາມ, ແລະ ການຕົກແຕ່ງພາຍໃນລະດັບສູງທີ່ກົມກືນກັບທຳມະຊາດອ້ອມຂ້າງ. ສິ່ງອຳນວຍຄວາມສະດວກພາຍໃນໂຄງການຈະປະກອບມີ ສະກາຍບາ, ຟິດເນສລະດັບດີລັກ, ບໍລິການບັດເລີລະດັບພຣີມຽມ, ອາຫານລະດັບໄຟນ໌ດາຍນິງ ແລະ ສະປາລະດັບຊັ້ນເລີດ.
The Regent Residences Phu Quoc ຈະເປັນໂຄງການ Regent ທຳອິດທີ່ເປີດຕົວໃນອາຊີຕາເວັນອອກສ່ຽງໃຕ້ ນັບຕັ້ງແຕ່ InterContinental Hotels Group (IHG) ໄດ້ເຂົ້າຊື້ກິດຈະການແບຣນ Regent ໃນປີ 2018. ໂຄງການນີ້ເປັນສ່ວນໜຶ່ງຂອງ Phu Quoc Marina, ເຊິ່ງເປັນໂຄງການມິກຊ໌ຢູສລະດັບຫຼູຫຼາທີ່ພັດທະນາໂດຍ BIM Group, ເຊິ່ງລວມມີ InterContinental Phu Quoc Long Beach ແລະ Sailing Club Phu Quoc ອີກດ້ວຍ.
The Regent Phu Quoc ມີກຳນົດເປີດໃຫ້ບໍລິການໃນເດືອນເມສາ ປີ 2021. ເຂົ້າເບິ່ງເວັບໄຊທາງການສຳລັບຂໍ້ມູນເພີ່ມເຕີມ: http://regentresidencesphuquoc.com/en/